lo_2ki_text_ulb_l3/17/39.txt

1 line
1.4 KiB
Plaintext

\v 39 ແຕ່ເຈົ້າທັງ​ຫລາຍຈົ່ງ​ຖວາຍກຽດແກ່ພຣະຢາ​ເວພຣະເຈົ້າຂອງເຈົ້າ. ແລະພຣະອົງຈະໄດ້​ຊົງຊ່ອຍກູ້​ພວກເຈົ້າໃຫ້ພົ້ນຈາກອຳນາດຂອງສັດຕູທັງຫມົດຂອງພວກເຈົ້າ." \v 40 ພວກເຂົາບໍ່ຍອມຟັງ, ເພາະວ່າພວກເຂົາຍັງໄດ້ຄົງສືບຕໍ່ເຮັດສິ່ງ​ທີ່​ໄດ້​ເຮັດໃນອະດີດເລື້ອຍໆ. \v 41 ດັ່ງນັ້ນປະຊາຊາດເຫລົ່ານີ້ຈຶ່ງບໍ່​ໄດ້ຢຳເກງພຣະຢາ​ເວ ແລະ ພວກເຂົາກໍໄດ້ຂາບໄຫວ້ຮູບປັ້ນເຄົາ​ລົບ​ແກະ​ສະ​ລັກຂອງພວກເຂົາດ້ວຍ, ພວກລູກຂອງພວກເຂົາກໍໄດ້ເຮັດ-ເຊັ່ນດຽວກັນ. ຫລານຂອງພວກເຂົາກໍໄດ້ເຮັດເຊັ່ນ​ດຽວ​ກັນ. ພວກເຂົາກໍຍັງເຮັດໃນສິ່ງທີ່ບັນພະບຸລຸດຂອງພວກເຂົາໄດ້ເຮັດ, ຈົນເຖິງທຸກວັນນີ້.