1 line
1.2 KiB
Plaintext
1 line
1.2 KiB
Plaintext
\v 14 ເຮເຊກີຢາໄດ້ຊົງຮັບຈົດຫມາຍຈາກມືຂອງຜູ້ສົ່ງຂ່າວສານ ແລະ ຊົງໄດ້ອ່ານມັນ. ແລະໄດ້ຂຶ້ນໄປທີ່ພຣະວິຫານຂອງພຣະຢາເວ ແລະ ເຮເຊກີຢາໄດ້ເປີດຈົດຫມາຍນັ້ນອອກສະເພາະພຣະພັກພຣະຢາເວ. \v 15 ແລ້ວເຮເຊກີຢາໄດ້ຊົງອະທິຖານສະເພາະພຣະພັກພຣະຢາເວ ແລະ ກ່າວວ່າ, “ຂ້າແດ່ພຣະຢາເວຈອມໂຍທາ, ພຣະເຈົ້າແຫ່ງອິດສະຣາເອນ, ຜູ້ທີ່ປະທັບຢູ່ເທິງເຫລົ່າເຄຣູບ, ພຣະອົງເປັນພຣະເຈົ້າອົງດຽວເຫນືອທຸກຣາຊອານາຈັກຂອງແຜ່ນດິນໂລກທັງຫມົດ. ພຣະອົງໄດ້ຊົງສ້າງສະຫວັນ ແລະ ແຜ່ນດິນໂລກ. |