\v 9 ປະຊາຊົນອິດສະຣາເອນໄດ້ເຮັດສິ່ງ-ທີ່ບໍ່ຖືກຕ້ອງຕໍ່ພຣະຢາເວພຣະເຈົ້າຂອງພວກເຂົາ-ຢ່າງລັບໆ. ເຂົາທັງ​ຫລາຍໄດ້ສ້າງສະຖານສູງສຳລັບຕົນເອງຢູ່ທົ່ວບ້ານທົ່ວເມືອງ, ຕັ້ງແຕ່ທີ່​ມີຫໍສັງເກດການຈົນຮອດເມືອງທີ່ມີ​ປ້ອມບັນ​ຊາ​ການ. \v 10 ພວກເຂົາໄດ້ຕັ້ງເສົາທີ່ສັກສິດແລະເສົາຫີນຂອງອາເຊຣາຢູ່ເທິງເນີນພູສູງທຸກແຫ່ງ ແລະ ພາຍໃຕ້ຕົ້ນໄມ້ຂຽວສົດທຸກຕົ້ນ.