\v 17 ແຕ່ວ່າຜູ້ຍິງຄົນນັ້ນໄດ້ຕັ້ງທ້ອງແລະເກີດລູກຊາຍຄົນຫນຶ່ງ ເມື່ອເຖິງເວລາດຽວກັນໃນປີຕໍ່ມາ, ດັ່ງທີ່ເອລີເຊໄດ້ກ່າວກັບນາງ. \v 18 ເມື່ອເດັກນ້ອຍຄົນນັ້ນໃຫຍ່ຂື້ນແລ້ວ, ມື້ຫນຶ່ງລາວອອກໄປຫາພໍ່ຂອງລາວ, ເຊິ່ງຢູ່ກັບຄົນເກັບກ່ຽວເຂົ້າ. \v 19 ລາວເວົ້າກັບພໍ່ວ່າ,“ ຫົວຂອງຂ້ອຍ, ຫົວຂອງຂ້ອຍ.” ພໍ່ຂອງລາວເວົ້າກັບຄົນຮັບໃຊ້ຂອງລາວວ່າ, "ອູ້ມລາວໄປຫາແມ່ຂອງລາວ." \v 20 ເມື່ອຄົນຮັບໃຊ້ໄດ້ພາລາວມາຫາແມ່ຂອງລາວ, ເດັກນ້ອຍຄົນນັ້ນກໍ່ໄດ້ນັ່ງຢູ່ເທິງຕັກຂອງແມ່ຈົນເຖິງຕອນທ່ຽງ ແລະຫລັງຈາກນັ້ນກໍ່ໄດ້ຕາຍໄປ.