\v 33 ດັ່ງນັ້ນເຢຮູໄດ້ກ່າວວ່າ, "ຖິ້ມນາງລົງມາ." ດັ່ງນັ້ນພວກເຂົາໄດ້ໂຍນເຢຊາເບນລົງມາ, ແລະເລືອດຂອງນາງບາງສ່ວນໄດ້ກະແຈກກະຈາຍຢູ່ເທິງຝາແລະມ້າ, ແລະເຢຮູກໍໄດ້ຢຽບຊາກສົບຂອງນາງໄວ້ໃຕ້ຕີນ. \v 34 ເມື່ອເຢຮູໄດ້ເຂົ້າໄປໃນວັງ, ລາວໄດ້ກິນແລະດື່ມ. ແລ້ວໄດ້ເວົ້າວ່າ, "ເບິ່ງດຽວນີ້ກັບແມ່ຍິງທີ່ຖືກສາບແຊ່ງຄົນນີ້ເຖີດ ຈົ່ງເອົານາງໄປແລະຝັງນາງເສຍ, ເພາະວ່ານາງເປັນທິດາຂອງກະສັດ."