\v 24 ຕໍ່ມາ ພາຍຫລັງກະສັດເບັນຮາດັດກະສັດແຫ່ງອາຣາມ ໄດ້ຮວບຮວມກອງທັບທັງຫມົດ ແລ້ວ​ໄດ້ໄປໂຈມ​ອີເມືອງຊາມາເຣຍ​ ແລະ ປິດລ້ອມເມືອງດັ່ງກ່າວ. \v 25 ​ຈື່ງ​ໄດ້​ເກີດມີຄວາມອຶດຢາກ​ຢ່າງຫ​ນັກ​ຫນ່ວງ​ໃນ​ເມືອງ​​ຊະ​ມາ​ເຣຍ. ເບິ່ງເຖີດ, ພວກເຂົາໄດ້ປິດລ້ອມໄວ້ ຂະຫນາດຫົວຂອງລາໂຕຫນຶ່ງຍັງມີລາຄາສູງ ເປັນເງິນເຖິງແປດສິບຫລຽນ, ແລະ ເມັດຖົ່ວປ່າຂະຫນາດຈຸດພັດມີລາຄາຂາຍເຖິງຫ້າຫລຽນ. \v 26 ຂະນະທີ່ກະສັດແຫ່ງອິດສະຣາເອນ ກຳລັງຍ່າງຜ່ານກຳແພງເມືອງ, ມີຜູ້ຍິງຄົນຫນຶ່ງ ໄດ້ຮ້ອງຫາພະອົງວ່າວ່າ, "ກະລຸນາຊ່ວຍຂ້າພະເຈົ້າດ້ວຍເຖີດ, ກະສັດຂອງຂ້າພະເຈົ້າ."