\v 17 ເອລີຊາໄດ້ບອກວ່າ,"ຂໍໄດ້ຊົງເປີດປ່ອງຢ້ຽມທາງທິດຕາເວັນອອກ,"ດັ່ງນັ້ນພະອົງໄດ້ຊົງເປີດແລ້ວ. ເອລີຊາໄດ້ບອກວ່າ," ຈົ່ງຍິງ!",ແລະພະອົງກໍໄດ້ຍິງອອກໄປ. ເອລີຊາໄດ້ບອກວ່າ," ນີ້ຈະເປັນລູກທະນູແຫ່ງໄຊຊະນະ ຂອງພຣະຢາເວ, ລູກທະນູແຫ່ງໄຊຊະນະເຫນືອພວກອາຣາມ, ເພາະພະອົງຈະໄດ້ທຳລາຍຄົນອາຣາມໄດ້ຢ່າງລາບຄາບທີ່ອາເຟັກ. \v 18 ແລ້ວເອລີຊາໄດ້ບອກວ່າ," ຂໍໄດ້ຊົງຈັບລູກທະນູເຫລົ່ານັ້ນມາ," ດັ່ງນັ້ນໂຢອາດກໍໄດ້ຈັບລູກທະນູເຫລົ່ານັ້ນ.ເພິ່ນໄດ້ບອກກະສັດແຫ່ງອິດສະຣາເອນວ່າ,"ຊົງຕີລູກທະນູລົງພື້ນດິນເບິ່ງ,"ແລະພະອົງໄດ້ຕີສາມເທື່ອ, ແລ້ວກໍໄດ້ຢຸດ. \v 19 ແຕ່ຄົນຂອງພຣະເຈົ້າກໍໄດ້ຮ້າຍພະອົງ ແລະໄດ້ບອກວ່າ," ພະອົງຄວນຈະຕີຫ້າຫລືຫົກເທື່ອ. ແລ້ວພະອົງຈະໄດ້ຕີອາຣາມຈົນກວ່າຈະໄດ້ຊົງເຮັດໃຫ້ພວກເຂົາຫມົດໄປ, ແຕ່ບັດນີ້ພະອົງຈະຕີຊະນະອາຣາມໄດ້ພຽງສາມຄັ້ງເທົ່ານັ້ນ."