\v 21 ອາໂມນໄດ້​ຊົງ​ດຳ​ເນີນໃນ​ທາງທຸກຢ່າງທີ່ພໍ່ຂອງພະ​ອົງໄດ້ຊົງ​ດຳ​ເນີນ, ແລະ ໄດ້ບູຊາຮູບປັ້ນທີ່ພໍ່ຂອງພະ​ອົງໄດ້ຊົງບູຊາ, ແລະ ກົ້ມຂາບຮູບເຄົາ​ລົບເຫລົ່ານັ້ນ. \v 22 ພະ​ອົງໄດ້ປະຖິ້ມພຣະ​ຢາເວ, ພຣະເຈົ້າແຫ່ງບັນພະບຸລຸດຂອງພະ​ອົງ, ແລະ ບໍ່ໄດ້ຊົງດ​ຳເນີນໄປໃນເສັ້ນທາງຂອງພຣະຢາເວ. \v 23 ຜູ້ຮັບໃຊ້ຂອງອາໂມນໄດ້ຮ່ວມ​ກັນ​ຄິດການກະບົດ ແລະ ໄດ້ຂ້າກະສັດໃນພະ​ຣາ​ຊວັງຂອງພະ​ອົງ​ເອງ.