\v 3 ບັດນີ້ມີຄົນປ່ວຍສີ່ຄົນທີ່ເປັນຂີ້ທູດຢູ່ທີ່ທາງເຂົ້ານອກປະຕູເມືອງ. ພວກເຂົາເວົ້າກັນວ່າ, "ພວກເຮົາຈະນັ່ງຖ້າຢູ່ທີ່ນີ້ຈົນຕາຍເຮັດຫຍັງ? \v 4 ຖ້າພວກເຮົາເວົ້າວ່າພວກເຮົາຄວນຈະເຂົ້າໄປໃນເມືອງ, ຄວາມອຶດຢາກກໍຢູ່ໃນເມືອງນັ້ນ, ແລະພວກເຮົາຈະຕາຍຢູ່ທີ່ນັ້ນ. ແຕ່ຖ້າພວກເຮົາຍັງນັ່ງຢູ່ນີ້, ພວກເຮົາກໍຈະຕາຍເຫມືອນກັນ. ສະນັ້ນຈົ່ງມາເຖີດໃຫ້ພວກເຮົາໄປຍັງຄ້າຍຂອງຄົນອາຣາມ. ຖ້າພວກເຂົາໄວ້ຊີວິດຂອງພວກເຮົາ, ພວກເຮົາຈະມີຊີວິດຢູ່, ແລະຖ້າພວກເຂົາຂ້າພວກເຮົາ, ພວກເຮົາຈະຕ້ອງຕາຍເທົ່ານັ້ນ. "