\v 33 ມີພ​ະ​ອົງໃດຂອງ​ປະ​ຊາ​ຊາດເຄີຍ​ກູ້ແຜ່ນດິນຂອງຕົນໃຫ້​ພົ້ນຈາກກຳມືຂອງກະສັດແຫ່ງອັດຊີເຣຍໄດ້​ແດ່? \v 34 ພະຂອງເມືອງ ຮາ​ມັດ ແລະ ອັກປັດຢູ່ໃສ? ພະເຈົ້າຂອງເສ​ຟາ​ກວາ​ອິມ, ເຮ​ນາ, ແລະ ອີ​ວາ​ນັ້ນຢູ່ໃສ? ພະເຫລົ່ານີ້ໄດ້ຊ່ວຍກູ້ຊາມາເຣຍຈາກມືຂອງຂ້າ​ພະ​ເຈົ້າໄດ້ບໍ? \v 35 ພະອົງ​ໃດ​ໃນບັນດາພະທັງ​ຫມົດຂອງປະເທດທັງ​ຫລາຍ, ໄດ້ຊ່ວຍກູ້ປະເທດຂອງຕົນຈາກມືຂອງຂ້າ​ພະ​ເຈົ້າ​ບໍ? ພຣະຢາເວຈະຊ່ອຍກູ້ເຢຣູຊາເລັມຈາກມືຂອງຂ້າ​ພະ​ເຈົ້າ​ໄດ້​ບໍ?"