\c 17 \v 1 ໃນປີທີສິບສອງແຫ່ງ​ການ​ປົກ​ຄອງຂອງອາຮາດກະສັດແຫ່ງຢູດາ, ໂຮ​ເຊ​ຢາລູກຊາຍຂອງເອ​ລາຂຶື້ນ​ຄອງລາດ. ພະ​ອົງໄດ້ປົກຄອງຢູ່ໃນເມືອງຊາມາເຣຍໃນອິດ​ສະ​ຣ​າ​ເອນເກົ້າປີ. \v 2 ພະ​ອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍ​ພະ​ເນດຂອງພຣະຢາເວ, ແຕ່ກໍບໍ່ຄືກັບບັນ​ດາກະສັດແຫ່ງອິດສະຣາເອນທີ່ຢູ່ກ່ອນ​ທ່ານ. \v 3 ຊານ​ມາ​ເນ​ເຊ ກະສັດແຫ່ງອັດຊີເຣຍ ໄດ້ຊົງ​ຍົກ​ທັບມາສູ້ຮົບກັບພະ​ອົງ, ແລະ ໂຮເຊຢາໄດ້ຍອມເປັນເມືອງຂື້ນຂອງພ​ະ​ອົງ ແລະ ຖວາຍຂອງ​ຂັວນ​ແກ່​ພະ​ອົງ.