\v 3 ແຕ່ທູດສະຫວັນຂອງພຣະຢາເວ ໄດ້ເວົ້າກັບ ເອລີຢາຊາວຕີຊະເບວ່າ,"ຈົ່ງລຸກຂຶ້ນ, ໄປພົບບັນດາຜູ້ສົ່ງຂ່າວສານຂອງກະສັດແຫ່ງຊາມາເຣຍ, ແລະຈົ່ງເວົ້າກັບພວກເຂົາວ່າ,' ເພາະບໍ່ມີພຣະເຈົ້າໃນອິດສະຣາເອນແລ້ວບໍ ພວກເຈົ້າຈຶ່ງໄປປຶກສາພະບາອານເຊບຸບ, ພະແຫ່ງເອກໂຣນ? \v 4 ເພາະສະນັ້ນພຣະຢາເວກ່າວດັ່ງນີ້," ເຈົ້າຈະບໍ່ໄດ້ລຸກຂຶ້ນຈາກທີ່ນອນຂອງເຈົ້າ; ແຕ່ເຈົ້າຈະຕ້ອງຕາຍແນ່."'"ແລ້ວເອລີຢາກໍໄດ້ໄປ.