\v 6 ພະ​ອົງໄດ້​ຊົງນຳເອົາພະອາເຊຣາອອກຈາກພຣະວິຫານຂອງພຣະຢາເວ, ໄປທີ່ຮ່ອມພູກິດ​ໂຣນ ພາຍນອກນະ​ຄອນ ເຢຣູຊາເລັມ ແລະ ໄດ້ຊົງເຜົາທີ່ນັ້ນ. ພະອົງໄດ້ຊົງທຸບໃຫ້ເປັນຂີ້ຝຸ່ນ ແລະ ໂຍນຜົງ​ຂີ້​ຝຸ່ນ​ນັ້ນລົງໃນຂຸມຝັງສົບຂອງຄົນທົ່ວໄປ. \v 7 ພະອົງໄດ້ຊົງ​ມ້າງ​ທີ່​ຢູ່​ອາ​ໄສຂອງຍິງໂສເພນີໃນພິທີທາງສາດສະຫນາ ເຊິ່ງ​ຢູ່ໃນພ​ຣະ​ວິ​ຫານຂອງພຣະຢາເວ, ທີ່ຜູ້ຍິງໄດ້ຫຍິບເສື້ອຜ້າສຳລັບພະອາເຊຣາ.