\v 35 ແລະຢູ່ມາ​ໃນຄືນນັ້ນ ເທວະດາຂອງພຣະຢາເວໄດ້ອອກໄປ ແລະ ໄດ້ຂ້າທະຫານໃນ​ຄ້າຍ​ອັດ​ຊີ​ເຣຍ, ຈຳນວນ 185.000 ຄົນ. ແລະ ເມື່ອຄົນຕື່ນຂຶ້ນໃນຕອນເຊົ້າ, ພວກເຂົາທຸກຄົນໄດ້ກາຍ​ເປັນ​ຊາກ​ສົບໄປທົ່ວທຸກບ່ອນ. \v 36 ດັ່ງນັ້ນເຊັນນາເກຣິບກະສັດແຫ່ງອັດຊີເຣຍໄດ້ຍົກທັບຂອງລາວອອກຈາກອິດສະຣາເອນ ແລະ ໄດ້​ຊົງ​ກັບໄປທີ່ວັງ ແລະ ໄດ້​ຢູ່​ໃນ​ນະ​ຄອນ ນີ​ເນ​ເວ. \v 37 ຕໍ່​ມາ, ເມື່ອພ​ະ​ອົງນະມັດສະການຢູ່ໃນສາ​ລາຂອງ ພະນີຊະ​ຣົກ ພະ​ຂອງ​ພະ​ອົງ, ອັດ​ຣຳ​ເມ​ເລັກ ແລະ ຊາ​ເຣເຊລູກຊາຍຂອງພະ​ອົງ​ກໍໄດ້ຂ້າພະ​ອົງດ້ວຍດາບ. ແລ້ວພວກເຂົາທັງສອງກໍໄດ້ຫນີໄປທີ່ແຜ່ນດິນ ອາ​ຣາ​ຣັດ. ແລ້ວເອ​ສາ​ຮັດ​ໂດນລູກຊາຍຂອງພະ​ອົງ​ກໍໄດ້ຊົງຂຶ້ນເປັນກະສັດແທນ.