lo_2ki_text_ulb_l3/20/08.txt

1 line
1.0 KiB
Plaintext
Raw Normal View History

\v 8 ເຮເຊກີຢາໄດ້ກ່າວກັບເອຊາຢາວ່າ, “ອັນໃດຈະເປັນຫມາຍສຳຄັນທີ່ສະ​ແດງວ່າພຣະຢາເວຈະຊົງປິ່ນປົວຂ້າ​ພະ​ເຈົ້າ, ແລະ ສິ່ງນັ້ນສະແດງໃຫ້ເຫັນວ່າຂ້າ​ພະ​ເຈົ້າຈະໄດ້ຂຶ້ນໄປພຣະ​ວິ​ຫານຂອງພຣະຢາ​ເວໃນມື້ທີສາມ? " \v 9 ເອຊາຢາໄດ້ກ່າວວ່າ, "ນີ້ເປັນຫມາຍສຳ​ຄັນສຳລັບພະ​ອົງຈາກພຣະຢາເວ, ທີ່ພຣະຢາເວຈະໄດ້​ຊົງເຮັດຕາມທີ່ພຣະອົງໄດ້ກ່າວໄວ້. ຄືຈະໃຫ້ເງົາຕາເວັນກ້າວໄປທາງ​ຫນ້າສິບຂັ້ນ, ຫລື ຈະໃຫ້ຍ້​ອນກັບມາສິບຂັ້ນ?"