lo_2ki_text_ulb_l3/22/14.txt

1 line
1.6 KiB
Plaintext
Raw Normal View History

\v 14 ດັ່ງນັ້ນ ຮິນ​ກີ​ຢາປະໂຣຫິດ, ອາ​ຮີ​ກຳ, ອັກ​ໂບ, ຊາ​ຟານ, ແລະ ອາ​ສາອີ​ຢາຈື່ງໄດ້ໄປຫາຮຸນ​ດາ​ຜູ້​ປະ​ກາດ​ພ​ຣະ​ຄຳ, ຍິງຜູ້​ເປັນເມຍຂອງຊານ​ລູມລູກ​ຊາຍ​ຂອງ​ຕິກວາ​ລູກ​ຊາຍ​ຂອງ​ຮາ​ຮັດ,ຜູ້​ເບີ່ງ​ແຍງ​ເສື້ອ​ຜ້າ (ນາງໄດ້ຢູ່ໃນນະ​ຄອນ ເຢຣູຊາເລັມໃນພາກພື້ນທີ່ສອງ), ແລະພວກເຂົາໄດ້ສົນ​ທະ​ນາກັນກັບນາງ. \v 15 ນາງໄດ້ບອກພວກເຂົາວ່າ, "ນີ້ແຫລະແມ່ນສິ່ງທີ່ພຣະຢາເວພຣະເຈົ້າແຫ່ງອິດສະຣາເອນ, ໄດ້ກ່າວວ່າ: 'ຈົ່ງບອກຜູ້ທີ່ໃຊ້ພວກ​ທ່ານມາຫາເຮົາ​ວ່າ, \v 16 “ນີ້​ແຫລະ​ຄືສິ່ງ​ທີ່​ພ​ຣະ​ຢາເວໄດ້ກ່າວ: ນີ້​ແຫລະ ເຮົາຈະ ນຳເອົາເຫດຮ້າຍມາສູ່ສະຖານທີ່ແຫ່ງນີ້ ແລະ ມາຫາປະຊາຊົນຂອງເມືອງນີ້, ຕາມຖ້ອຍຄຳທັງຫມົດໃນຫນັງ​ສືທີ່ກະສັດຢູດາໄດ້ອ່ານນັ້ນ.