2019-12-15 11:59:31 +00:00
|
|
|
\v 15 ນາອາມານກັບຄືນມາຫາຄົນຂອງພຣະເຈົ້າ, ທັງຕົວເຂົາພັກພວກທັງຫມົດຂອງເຂົາ, ແລະມາຢືນຢູ່ຕໍ່ຫນ້າທ່ານ. ເຂົາໄດ້ກ່າວວ່າ, "ເບິ່ງແມ, ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອື່ນໃດຢູ່ໃນທົ່ວແຜ່ນດິນ ນອກຈາກຢູ່ໃນອິດສະຣາເອນ. ດັ່ງນັ້ນ ກະລຸນາຮັບຂອງກໍານັນຈາກຄົນຮັບໃຊ້ຂອງທ່ານເຖີດ." \v 16 ແຕ່ເອລີຊາໄດ້ຕອບວ່າ, "ພຣະຢາເວເຊິ່ງເຮົາຮັບໃຊ້ຊົງພຣະຊົນຢູ່, ເຮົາຈະບໍ່ໄດ້ຮັບຫຍັງເລີຍ." ນາອາມານໄດ້ຮຽກຮ້ອງໃຫ້ເອລີຊາຮັບເອົາຂອງຂວັນໄວ້, ແຕ່ທ່ານໄດ້ປະຕິເສດ.
|