lo_2ki_text_ulb_l3/06/17.txt

1 line
1.6 KiB
Plaintext
Raw Normal View History

\v 17 ເອລີຊາໄດ້ອະທິຖານວ່າ, ຂ້າແດ່ ພຣະຢາເວ, ຂໍຊົງເປີດຕາຂອງເຂົາເພື່ອພວກເຂົາຈະໄດ້ເຫັນ." ແລ້ວພຣະຢາເວ ໄດ້ຊົງເປີດຕາຂອງຄົນຮັບໃຊ້ຄົນນັ້ນ, ແລະເຂົາກໍ່ໄດ້ເຫັນ. ພູເຂົາ, ເຕັມໄປດ້ວຍມ້າ ແລະ ລົດຮົບໄຟອ້ອມຮອບເອລີຊາ! \v 18 ໃນເວລາທີ່ຊາວອາຣາມໄດ້ລົງມາຫາທ່ານ, ເອລີຊາໄດ້ອະທິຖານຕໍ່ພຣະຢາເວແລະ ກ່າວວ່າ, "ພຣະອົງເຈົ້າ ຂໍຊົງເຮັດໃຫ້ຄົນເຫລົ່ານີ້ຕາບອດ." ດັ່ງນັ້ນພະຢາເວ ຈຶ່ງໄດ້ເຮັດໃຫ້ພວກເຂົາຕາບອດຄືກັບທີ່ເອລີຊາໄດ້ຂໍ. \v 19 ແລ້ວເອລີຊາຈຶ່ງໄດ້ບອກຊາວອາຣາມເຫລົ່ານັ້ນວ່າ, "ບໍ່ແມ່ນທາງນີ້ ແລະ ບໍ່ແມ່ນເມືອງນີ້ ຈົ່ງຕິດຕາມຂ້ອຍມາ ແລະ ຂ້ອຍຈະພາພວກເຈົ້າໄປຫາຜູ້ຊາຍທີ່ພວກເຈົ້າກຳລັງຊອກຫາຢູ່." ຈາກນັ້ນທ່ານໄດ້ນຳພາພວກເຂົາໄປເມືອງຊາມາເຣຍ.