lo_2ki_text_ulb_l3/06/01.txt

1 line
991 B
Plaintext
Raw Normal View History

\c 6 \v 1 ບັນດາຜູ້ທໍານວາຍໄດ້ກ່າວກັບເອລີຊາວ່າ, "ສະຖານທີ່ທີ່ພວກເຮົາອາໄສຢູ່ກັບພວກທ່ານນັ້ນ ແມ່ນນ້ອຍເກີນໄປສຳລັບພວກເຮົາທຸກຄົນ. \v 2 ຂໍໃຫ້ພວກເຮົາໄປທີ່ແມ່ນໍ້າຈໍແດນ, ແລະໃຫ້ຜູ້ຊາຍແຕ່ລະຄົນຕັດໄມ້ທ່ອນຫນຶ່ງມາ, ແລະສ້າງເປັນທີ່ອາໄສທີ່ບ່ອນນັ້ນ. " ເອລີຊາໄດ້ຕອບວ່າ, "ເຈົ້າຈົ່ງໄປເຖີດ." \v 3 ຄົນຫນຶ່ງໃນນັ້ນໄດ້ກ່າວວ່າ, "ກະລຸນາໄປນຳຜູ້ຮັບໃຊ້ຂອງທ່ານດ້ວຍ." ເອລີຊາໄດ້ຕອບວ່າ, "ຂ້າພະເຈົ້າຈະໄປ."