2019-11-12 14:18:10 +00:00
|
|
|
\c 21 \v 1 ມານາເຊມີອາຍຸໄດ້ສິບສອງປີເມືອໄດ້ຊົງຄອງຣາຊ; ພະອົງໄດ້ຊົງຄອງຣາຊຫ້າສິບ-ຫ້າປີໃນນະຄອນ ເຢຣູຊາເລັມ. ແມ່ຂອງພະອົງມີນາມຊື່ວ່າ ເຮັບຊີບາ. \v 2 ພະອົງໄດ້ຊົງເຮັດສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຕາມການກະທຳທີ່ຫນ້າກຽດຊັງຂອງປະຊາຊາດທັງຫລາຍ ເຊິ່ງພຣະຢາເວໄດ້ຊົງຂັບໄລ່ອອກໄປໃຫ້ພົ້ນຫນ້າປະຊາຊາດອິດສະຣາເອນ. \v 3 ພຣະອົງໄດ້ຊົງສ້າງສະຖານທີ່ສູງ ເຊິ່ງເຮເຊກີຢາພໍ່ຂອງພະອົງໄດ້ຊົງທຳລາຍນັ້ນ, ແລະ ພະອົງຊົງໄດ້ຕັ້ງແທ່ນບູຊາຕ່າງໆແດ່ພະບາອານ, ແລະຊົງໄດ້ສ້າງຕັ້ງເສົາພະອາເຊຣາຂື້ນໃຫມ່, ຄືກັນກັບອາຮາບກະສັດແຫ່ງອິດສະຣາເອນໄດ້ຊົງເຮັດ, ແລະ ໄດ້ຊົງກົ້ມກາບດວງດາວທຸກດວງຂອງທ້ອງຟ້າ ແລະ ບູຊາສິ່ງເຫລົ່ານັ້ນ.
|