lo_2ki_text_ulb_l3/23/01.txt

1 line
1.3 KiB
Plaintext
Raw Normal View History

\c 23 \v 1 ດັ່ງນັ້ນ ກະສັດໄດ້​ຊົງ​ໃຊ້ຜູ້ສົ່ງຂ່າວສານຜູ້​ທີ່​ຮວບ​ຮ​ວມ​ອາ​ວຸດທັງຫມົດຂອງຢູດາ ແລະ ຂອງນະ​ຄອນເຢຣູຊາເລັມໃຫ້ມາເຂົ້າ​ເຝົ້າພະ​ອົງ. \v 2 ຈາກນັ້ນກະສັດໄດ້ສະ​ເດັດ​ຂື້ນໄປທີ່ພະ​ວິ​ຫານຂອງພຣະຢາເວ, ແລະພ້ອມດ້ວຍປະຊາຊົນຢູດາທັງ​ຫມົດ ແລະ ຊາວນະ​ຄອນເຢຣູຊາເລັມທັງ​ຫມົດທີ່ຢູ່ກັບພະ​ອົງ, ລວມທັງພວກປະໂລຫິດ, ພວກ​ປະ​ກາດ​ພ​ຣະ​ຄຳ, ແລະ ປະ​ຊາ​ຊົນທັງ​ຫມົດ, ບໍ່ວ່າຈະເປັນຜູ້ເລັກ​ນ້ອຍຫລືຜູ້ໃຫຍ່. ແລ້ວ​ພະ​ອົງ​ໄດ້​ທ່ອງ​ອ່ານ​ຖ້ອຍ​ຄຳທັງ​ຫມົດໃນຫນັງ​ສືພັນທະສັນຍາ ທີ່ເຫັນຢູ່ໃນພ​ຣະ​ວິ​ຫານຂອງພຣະຢາເວ​ໃຫ້​ພວກ​ເຂົາ​ຟັງ.