lo_2co_text_ulb_l3/06/04.txt

1 line
1.5 KiB
Plaintext

\v 4 \v 5 \v 6 \v 7 4 ແຕ່ວ່າ, ການກະທຳຂອງພວກເຮົາເອງນັ້ນໄດ້ພິສູດໃຫ້ເຫັນແລ້ວວ່າ, ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ຂ້າພະເຈົ້າເປັນຜູ້ຮັບໃຊ້ຂອງພຣະອົງ, ດ້ວຍຄວາມອົດທົນຢ່າງຍິ່ງ, ໃນຄວາມທຸກ, ໃນຄວາມຍາກຈົນ, ໃນເຫດໄພພິບັດ, 5ໃນການຖືກຂ້ຽນຕີ, ໃນການຖືກຂັງຄຸກ, ໃນເຫດການທີ່ວຸ່ນວາຍ, ໃນການຫນັກຫນ່ວງໃນງານຫນັກ, ໃນການອົດຫລັບອົດນອນ, ໃນການອົດອາຫານ, 6ໂດຍຄວາມບໍລິສຸດ, ໂດຍຄວາມຮູ້, ໂດຍຄວາມອົດທົນ, ໂດຍຄວາມເມດຕາ, ໂດຍພຣະວິນຍານບໍລິສຸດ, ໂດຍຄວາມຮັກທີ່ຈິງໃຈ. 7ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງໂດຍໃຊ້ຖ້ອຍຄຳແຫ່ງຄວາມຈິງ. ໂດຍອຳນາດຂອງພຣະເຈົ້າ ພວກເຮົາມີອາວຸດແຫ່ງຄວາມຊອບທຳໃນມືຂວາ ແລະ ໃນມືຊ້າຍ.