lo_2co_text_ulb_l3/01/12.txt

1 line
1.4 KiB
Plaintext

\v 12 \v 13 \v 14 12 ນີ້ເປັນສິ່ງທີ່ພວກເຮົາພູມໃຈ: ຄືໃຈຮູ້ສຶກຜິດ ແລະ ຊອບຂອງພວກເຮົາເປັນພະຍານ. ວ່າພວກເຮົາໄດ້ປະຕິບັດຕົວເອງເປັນທີ່ມີຊື່ສຽງຕໍ່ໂລກ ດ້ວຍໃຈທີ່ບໍລິສຸດ ແລະ ຄວາມຈິງໃຈທີ່ມາຈາກພຣະເຈົ້າ. ພວກເຮົາໄດ້ປະຕິບັດຕໍ່ພວກທ່ານຫຼາຍກວ່ານັ້ນອີກ ໂດຍທີ່ບໍ່—ປະຕິບັດຕາມປັນຍາຂອງໂລກນີ້, ແຕ່ຕາມພຣະຄຸນຂອງພຣະເຈົ້າ. 13ພວກເຮົາບໍ່ໄດ້ຂຽນເລື່ອງອັນໃດເຖິງພວກທ່ານເລີຍນອກຈາກເລື່ອງເຊິ່ງທ່ານສາມາດອ່ານ ແລະ ເຂົ້າໃຈໄດ້. 14ເຖິງວ່າ ຕອນນີ້ທ່ານເຂົ້າໃຈບາງຢ່າງຢູ່, ແຕ່ໃນວັນແຫ່ງພຣະເຢຊູຄຣິດເຈົ້າຂອງພວກເຮົານັ້ນ, ພວກທ່ານຈະພູມໃຈໃນພວກເຮົາແບບທີ່ພວກເຮົາພູມໃຈໃນພວກທ່ານ.