lo_2co_text_ulb_l3/06/14.txt

1 line
1.4 KiB
Plaintext

\v 14 \v 15 \v 16 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອ. ເພາະວ່າຄວາມຊອບທຳຈະມີສ່ວນອັນໃດກັບຄວາມບໍ່ຍຸດຕິທຳ? ແລະ ແສງສະຫວ່າງຈະເຂົ້າສະຫນິດກັບຄວາມມືດໄດ້ແນວໃດ? 15ພຣະຄຣິດ ກັບ ເບລີ? ຈະໄປນຳກັນໄດ້ແນວໃດ? ຫລື ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ? 16 ແລະ ພຣະວິຫານຂອງພຣະເຈົ້າຈະຕົກລົງອັນໃດກັບຮູບປັ້ນເຄົາລົບໄດ້? ເພາະວ່າຂ້າພະເຈົ້າເປັນພຣະວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: "ຂ້າພະເຈົ້າຈະຢູ່ກັບພວກເຂົາທັງຫລາຍ ແລະ ດຳເນີນໃນບັນດາພວກເຂົາ. ຂ້າພະເຈົ້າຈະເປັນພຣະເຈົ້າຂອງລາວ ແລະລາວຈະເປັນປະຊາຊົນຂອງຂ້າພະເຈົ້າ."