lo_2co_text_ulb_l3/13/01.txt

1 line
973 B
Plaintext

\c 13 \v 1 ເທື່ອນີ້ ຈະເປັນເທື່ອທີສາມທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມພວກທ່ານ. "ຂໍ້ກ່າວຫາໃດໆຈະຕ້ອງມີພະຍານສອງ ຫລື ສາມຄົນຈຶ່ງຈະເຊື່ອຖືໄດ້." \v 2 ຂ້າພະເຈົ້າເຄີຍກ່າວໄວ້ໃນຄັ້ງທີສອງແລ້ວກັບຄົນເຫລົ່ານັ້ນ ທີ່ໄດ້ເຮັດບາບກ່ອນຫນ້ານັ້ນ ແລະ ພວກທີ່ເຫລືອທັງຫມົດ, ແລະ ຂ້າພະເຈົ້າຂໍກ່າວອີກເທື່ອຫນື່ງວ່າ: ເມື່ອຂ້າພະເຈົ້າກັບມາອີກ, ຂ້າພະເຈົ້າຈະບໍ່ລະເວັ້ນການລົງໂທດຄົນເຫລົ່ານີ້ເລີຍ.