lo_2co_text_ulb_l3/01/08.txt

1 line
1.5 KiB
Plaintext

\v 8 \v 9 \v 10 8 ພີ່ນ້ອງທັງຫລາຍ, ເຮົາຕ້ອງການໃຫ້ພວກເຈົ້າຮູ້ກ່ຽວກັບຄວາມທຸກຍາກຕ່າງໆ, ທີ່ເກີດຂື້ນກັບເຮົາໃນແຂວງ ອາເຊຍ. ເຊິ່ງຄວາມທຸກນັ້ນ ຫນັກເກີນກວ່າທີ່ພວກເຮົາຈະອົດທົນໄດ້, ຄວາມທຸກຍາກນັ້ນຫລວງຫາຍຈົນເຮັດໃຫ້ເຮົາເກືອບຫມົດຫວັງທີ່ຈະເອົາຊີວິດລອດມາໄດ້. 9ທີ່ຈິງ, ເຮົາຖືກຕັດສິນໂທດປະຫານຊີວິດແລ້ວ. ແຕ່ທີ່ເປັນແບບນັ້ນກໍ່ເພື່ອບໍ່ໃຫ້ເຮົາໄວ້ໃຈຕົວເອງ, ແຕ່ໃຫ້ໄວ້ໃຈໃນພຣະເຈົ້າຜູ້ຊົງໂຜດໃຫ້ຄົນທັງຫລາຍຟື້ນຈາກຄວາມຕາຍ. 10ພຣະອົງໄດ້ຊົງຊ່ວຍເຮົາໃຫ້ພົ້ນຈາກມໍລະນະໄພທີ່ເຮັດໃຫ້ພວກເຮົາເກືອບຕາຍແລ້ວນັ້ນ, ພຣະອົງກໍ່ຈະຊົງຊ່ວຍເຮົາ. ເຮົາໄວ້ໃຈໃນພຣະອົງວ່າ ພຣະອົງຈະຊົງຊ່ວຍເຮົາອີກຕໍ່ໄປ.