1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 14 ຢ່າຜູກພັນກັບຄົນທີ່ບໍ່ເຊື່ອ. ເພາະວ່າຄວາມຊອບທຳຈະມີສ່ວນອັນໃດກັບຄວາມບໍ່ຍຸດຕິທຳ? ແລະ ແສງສະຫວ່າງຈະເຂົ້າສະຫນິດກັບຄວາມມືດໄດ້ແນວໃດ? \v 15 ພຣະຄຣິດ ກັບ ເບລີອາ? ຈະໄປນຳກັນໄດ້ແນວໃດ? ຫລື ຄົນທີ່ເຊື່ອຈະມີສ່ວນອັນໃດກັບຄົນທີ່ບໍ່ເຊື່ອ? \v 16 ແລະ ພຣະວິຫານຂອງພຣະເຈົ້າຈະຕົກລົງອັນໃດກັບຮູບເຄົາລົບໄດ້? ເພາະວ່າຂ້າພະເຈົ້າເປັນພຣະວິຫານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ດັ່ງທີ່ພຣະເຈົ້າກ່າວໄວ້ວ່າ: "ເຮົາຈະຢູ່ກັບພວກເຂົາທັງຫລາຍ ແລະ ດຳເນີນໃນບັນດາພວກເຂົາ. ເຮົາຈະເປັນພຣະເຈົ້າຂອງເຂົາ ແລະເຂົາຈະເປັນປະຊາຊົນຂອງເຮົາ." |