lo_2co_text_ulb_l3/02/12.txt

1 line
863 B
Plaintext

\v 12 \v 13 12 ເມື່ອຂ້າພະເຈົ້າ ມາຮອດເມືອງ ໂທອາດ ເພື່ອປະກາດຂ່າວປະເສີດຂອງພຣະຄຣິດນັ້ນ ອົງພຣະຜູ້ເປັນເຈົ້າກໍ່ຊົງເປີດທາງໃຫ້ແກ່ຂ້າພະເຈົ້າ. 13ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າກໍ່ຍັງບໍ່ມີຄວາມສະບາຍໃຈເລີຍ, ເພາະວ່າຂ້າພະເຈົ້າບໍ່ພົບ ຕີໂຕ ນ້ອງຊາຍຂອງຂ້າພະເຈົ້າທີ່ນັ້ນ. ຂ້າພະເຈົ້າຈື່ງໄດ້ບອກລາພວກນັ້ນ ແລະ ເດີນທາງກັບໄປທີແຂວງ ມາເກໂດເນຍ.