lo_2co_text_ulb_l3/11/03.txt

1 line
1.2 KiB
Plaintext

\v 3 ແຕ່ຂ້າພະເຈົ້າຢ້ານວ່າງູໄດ້ລໍ້ລວງ ເອວາ, ດ້ວຍກົນອຸບາຍຂອງມັນສັນໃດ, ຄວາມຄິດຂອງທ່ານທັງຫລາຍກໍອາດຈະເຮັດໃຫ້ຫລົງໄປຈາກຄວາມສັດຊື່ ແລະ ຄວາມບໍຣິສຸດຕໍ່ພຣະຄຣິດສັນນັ້ນ. \v 4 ເພາະວ່າມີບາງຄົນມາ ແລະ ປະກາດເຖິງພຣະເຢຊູອີກອົງຫນື່ງ ນອກເຫນືອຈາກພຣະເຢຊູຄຣິດເຈົ້າທີ່ພວກເຮົາເຄີຍປະກາດມາ. ຫລື ພວກທ່ານຮັບພຣະວິນຍານທີ່ແຕກຕ່າງຈາກທີ່ທ່ານເຄີຍຮັບມານັ້ນ. ຫລື ພວກທ່ານຮັບຂ່າວປະເສີດອື່ນທີ່ແຕກຕ່າງຈາກທີ່ພວກທ່ານເຄີຍໄດ້ຮັບແລ້ວນັ້ນ. ທ່ານທັງຫລາຍກໍມີຄວາມອົດທົນດີແທ້ໆ.