\v 7 ຈົ່ງເບິ່ງສິ່ງທີ່ປາກົດຢູ່ຕໍ່ຫນ້າທ່ານ. ຖ້າຜູ້ໃດຫມັ້ນໃຈວ່າຕົນເອງເປັນຄົນຂອງພຣະຄຣິດ, ກໍໃຫ້ຜູ້ນັ້ນພິຈາລະນາຕົນເອງວ່າ ເມື່ອເຂົາເປັນຄົນຂອງພຣະຄຣິດ, ພວກເຮົາກໍເປັນຄົນຂອງພຣະຄຣິດດວ້ຍເຊັ່ນກັນ. \v 8 ເຖິງແມ່ນວ່າຂ້າພະເຈົ້າຈະອວດຫລາຍໄປກ່ຽວກັບສິດອຳນາດ. ເຊິ່ງອົງພຣະຜູ້ເປັນເຈົ້າຊົງປະທານໃຫ້ກັບພວກເຮົາເພື່ອໃຫ້ເສີມສ້າງພວກທ່ານ ແລະ ບໍ່ແມ່ນເພື່ອທຳລາຍພວກທ່ານ, ຂ້າພະເຈົ້າກໍຈະບໍ່ໄດ້ຮັບຄວາມອັບອາຍ.