\v 5 ເພາະຂ້າພະເຈົ້າຄິດວ່າ ຂ້າພະເຈົ້າບໍ່ໄດ້ດ້ອຍກວ່າບັນດາຄົນເຫລົ່ານັ້ນທີ່ຖືກເອີ້ນວ່າອັກຄະສາວົກພິເສດແມ້ແຕ່ຫນ້ອຍດຽວ. \v 6 ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ຮັບການຝຶກໃນການເວົ້າມາ, ແຕ່ຂ້າພະເຈົ້າກໍຍັງມີຄວາມຮູ້. ເຊິ່ງຂ້າພະເຈົ້າໄດ້ສະແດງຂໍ້ນີ້ໃຫ້ທ່ານເຫັນໃນທຸກໆທາງ ແລະ ໃນສິ່ງທັງປວງເຫລົ່ານີ້.