lo_2ch_text_ulb_l3/36/22.txt

1 line
1.5 KiB
Plaintext

\v 22 ບັດນີ້ໃນປີທຳອິດແຫ່ງລາຊະການໄຊຣັດ, ກະສັດຂອງເປີເຊຍ, ເພື່ອພຣະທຳຂອງພຣະຢາເວ ທາງປາກຂອງ ເຢເຣມີຢາຈະສຳເລັດ, ພຣະຢາເວຊົງປຸກຈິດໃຈຂອງໄຊຣັດ, ກະສັດຂອງເປີເຊຍ, ກະສັດຈຶ່ງຊົງມີປະກາດຕະຫລອດລາຊະອານາຈັກຂອງພະອົງ ແລະ ບັນທຶກເປັນລາຍລັກອັກສອນລົງດ້ວຍວ່າ, \v 23 “ໄຊຣັດ, ກະສັດແຫ່ງເປີເຊຍ, ກ່າວດັ່ງນີ້ວ່າ, ‘ພຣະຢາເວ, ພຣະເຈົ້າຂອງຟ້າສະຫວັນ, ໄດ້ພະລາຊະທານບັນດາລາຊະອານາຈັກແຫ່ງແຜ່ນດິນໂລກແກ່ເຮົາ. ພຣະອົງຊົງສັ່ງໃຫ້ເຮົາສ້າງພຣະວິຫານໃຫ້ພຣະອົງທີ່ເຢຣູຊາເລັມ, ຊຶ່ງຢູ່ໃນຢູດາ. ມີຜູ້ໃດໃນທ່າມກາງທ່ານທັງຫລາຍທີ່ເປັນປະຊາຊົນຂອງພຣະອົງ, ຂໍພຣະຢາເວ, ພຣະເຈົ້າຂອງທ່ານສະຖິດກັບທ່ານ. ຂໍໃຫ້ທ່ານຂຶ້ນໄປສາ.’”