lo_2ch_text_ulb_l3/34/20.txt

1 line
1.1 KiB
Plaintext

\v 20 ກະສັດຊົງບັນຊາແກ່ຮິນກີຢາ, ອາຮີກາມລູກຊາຍຊາຟານ, ອັບໂດນລູກຊາຍມີກາ, ຊາຟານເລຂາ, ແລະ ອາສາຢາຜູ້ຮັບໃຊ້ຂອງກະສັດ, ຂ້າລາດຊະການຂອງພະອົງກ່າວວ່າ, \v 21 “ຈົ່ງໄປທູນຖາມພຣະຢາເວໃຫ້ແກ່ເຮົາ, ແລະ ໃຫ້ແກ່ບັນດາຜູ້ທີ່ເຫລືອຢູ່ໃນອິດສະຣາເອນ ແລະ ໃນຢູດາ, ກ່ຽວກັບຖ້ອຍຄຳໃນຫນັງສືທີ່ໄດ້ພົບນັ້ນ. ເພາະວ່າພຣະພິໂລດຂອງພຣະຢາເວທີ່ຖອກລົງເຫນືອເຮົານັ້ນຍິ່ງໃຫຍ່ຫລາຍ. ດ້ວຍວ່າບັນພະບູລຸດຂອງເຮົາບໍ່ໄດ້ຮັກສາພຣະທຳຂອງໃນຫນັງສືນີ້ ຕາມທີ່ຂຽນໄວ້ໃນຫນັງສືນີ້ທຸກປະການ.”