lo_2ch_text_ulb_l3/32/02.txt

1 line
1.1 KiB
Plaintext

\v 2 ເມື່ອເຮເຊກີຢາຊົງເຫັນວ່າເສັນນາເກຣິບຍົກທັບມາດ້ວຍເຈດຕະນາຈະຕໍ່ສູ້ກັບເຢຣູຊາເລັມ, \v 3 ພະອົງຊົງວາງແຜນການກັບເຈົ້ານາຍຂອງພະອົງ ແລະ ທະຫານຜູ້ເກັ່ງກ້າຂອງພະອົງ ທີ່ຈະອັດນ້ຳຕາມນ້ຳພຸທີ່ຢູ່ນອກເມືອງເສຍ ແລະ ພວກເຂົາທັງຫລາຍກໍຊົງຊ່ວຍພະອົງ. \v 4 ມີປະຊາຊົນເປັນຈຳນວນຫລາຍຮວບຮວມກັນເຂົ້າມາ ແລະ ອັດນ້ຳພຸ ປິດລຳທານທີ່ໄຫລຜ່ານແຜ່ນດິນເສຍ. ໂດຍເວົ້າວ່າ, “ເປັນຫຍັງຈະໃຫ້ບັນດາກະສັດອັດຊີເຣຍຍົກທັບມາພົບນ້ຳເປັນຈຳນວນຫລາຍ.”