1 line
1.1 KiB
Plaintext
1 line
1.1 KiB
Plaintext
\c 9 \v 1 ເມື່ອພະລາຊີນີແຫ່ງເຊບາຊົງໄດ້ຍິນກິດຕິສັບຂອງໂຊໂລໂມນ, ພະນາງກໍສະເດັດມາເຢຣູຊາເລັມ ເພື່ອທົດລອງພະອົງດ້ວຍບັນຫາຍາກຕ່າງ. ພະນາງໄດ້ມາພ້ອມດ້ວຍຂ້າລາຊະບໍລິພານຫລວງຫລາຍ, ກັບອູດບັນທຸກເຄື່ອງຫອມ, ຄຳເປັນຈຳນວນຫລາຍ, ແລະ ກັບເພັດພອຍຕ່າງ. ເມື່ອພະນາງສະເດັດມາເຖິງໂຊໂລໂມນແລ້ວ, ພະນາງທູນເລື່ອງໃນໃຈຂອງພະນາງທຸກປະການ. \v 2 ໂຊໂລໂມນກ່າວຕອບບັນຫາຂອງພະນາງທັງຫມົດ; ບໍ່ມີສິ່ງໃດທີ່ເຊື່ອງໄວ້ໃນໂຊໂລໂມນ; ບໍ່ມີຄຳຖາມໃດຊຶ່ງພະອົງຈະຊົງອະທິບາຍແກ່ພະນາງບໍ່ໄດ້. |