lo_2ch_text_ulb_l3/24/17.txt

1 line
1.3 KiB
Plaintext

\v 17 ບັດນີ້ຫລັງຈາກທີ່ເຢໂຮຢາດາສິ້ນຊີວິດແລ້ວ, ບັນດາເຈົ້ານາຍແຫ່ງຢູດາໄດ້ເຂົ້າມາຖວາຍບັງຄົມຕໍ່ກະສັດ. ແລ້ວກະສັດຊົງຟັງຄຳທູນຂອງພວກເຂົາ. \v 18 ພວກເຂົາໄດ້ປະຖິ້ມພຣະວິຫານຂອງພຣະຢາເວ, ພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ແລະບົວລະບັດບັນດາເສົາຮູບເຄົາຣົບ ແລະ ຮູບເຄົາຣົບ. ພຣະພິໂຣດໄດ້ລົງມາເຫນືອຢູດາ ແລະ ເຢຣູຊາເລັມ ເພາະບາບຂອງພວກເຂົາ. \v 19 ແຕ່ພຣະອົງຍັງຊົງໃຊ້ຜູ້ທຳນວາຍມາທ່າມກາງພວກເຂົາເພື່ອຈະນຳພວກເຂົາໃຫ້ກັບມາຫາພຣະຢາເວ; ຄົນເຫລົ່ານີ້ເປັນພະຍານຕໍ່ສູ້ພວກເຂົາ, ແຕ່ພວກເຂົາກໍບໍ່ຍອມຫງ່ຽງຫູຟັງ.