lo_2ch_text_ulb_l3/33/07.txt

1 line
1.8 KiB
Plaintext

\v 7 ຮູບເຄົາລົບສະຫລັກ ຄືຮູບເຄົາລົບທີ່ພະອົງຊົງສ້າງນັ້ນ ພະອົງຊົງຕັ້ງໄວ້ໃນພຣະວິຫານຂອງພຣະເຈົ້າ ຊຶ່ງພຣະເຈົ້າກ່າວກັບດາວິດ ແລະໂຊໂລໂມນລູກຊາຍຂອງດາວິດວ່າ “ໃນວິຫານນີ້ແລະໃນເຢຣູຊາເລັມ ຊຶ່ງເຮົາໄດ້ເລືອກອອກຈາກຕະກູນທັງຫມົດຂອງອິສຣາເອນ ເຮົາຈະບັນຈຸນາມຂອງເຮົາໄວ້ເປັນນິດ \v 8 ແລະເຮົາຈະບໍ່ໃຫ້ຕີນຂອງອິສຣາເອນພະເນຈອນອອກໄປຈາກແຜ່ນດິນຊຶ່ງເຮົາໄດ້ກຳນົດໃຫ້ບັນພະບູລຸດຂອງເຈົ້າອີກເລີຍ ຖ້າພວກເຂົາພຽງແຕ່ລະມັດລະວັງ ເຮັດທຸກຢ່າງທີ່ເຮົາໄດ້ບັນຊາພວກເຂົາໄວ້ ຄືກົດຫມາຍ, ກົດເກນ ແລະກົດທັງຫມົດທີ່ໄດ້ໃຫ້ໄວ້ໂດຍທາງໂມເຊ” \v 9 ມານາເຊຊົງຊັກຈູງຢູດາ ແລະຊາວເຢຣູຊາເລັມໃຫ້ຫລົງໄປ ພວກເຂົາຈຶ່ງເຮັດຄວາມຊົ່ວຮ້າຍຫລາຍກວ່າບັນດາປະຊາຊາດ ຊຶ່ງພຣະຜູ້ເປັນເຈົ້າໄດ້ຊົງທຳລາຍໃຫ້ພົ້ນຈາກຫນ້າປະຊາຊົນອິສຣາເອນນັ້ນ