lo_2ch_text_ulb_l3/33/12.txt

1 line
922 B
Plaintext

\v 12 ເມື່ອພະອົງຊົງທຸກຍາກ ພະອົງຊົງອ້ອນວອນຂໍພະກະລຸນາຕໍ່ພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພະອົງ ຊົງຖ່ອມພະໄທລົງຢ່າງຫລາຍຕໍ່ພຣະພັກພຣະເຈົ້າຂອງບັນພະບູລຸດຂອງພະອົງ \v 13 ພະອົງຊົງອະທິຖານຕໍ່ພຣະເຈົ້າ ແລະພຣະເຈົ້າຊົງຟັງຄຳອ້ອນວອນຂອງພະອົງ ໂດຍນຳພະອົງກັບມາເມືອງເຢຣູຊາເລັມໃນລາຊະອານາຈັກຂອງພະອົງອີກ ແລ້ວມານາເຊຊົງຮູ້ວ່າພຣະຜູ້ເປັນເຈົ້າຊົງເປັນພຣະເຈົ້າ