lo_2ch_text_ulb_l3/24/08.txt

1 line
979 B
Plaintext

\v 8 ກະສັດຈຶ່ງຊົງບັນຊາພວກເຂົາໃຫ້ເຮັດຫີບຫນ່ວຍຫນຶ່ງວາງໄວ້ນອກປະຕູພຣະວິຫານຂອງພຣະຜູ້ເປັນເຈົ້າ \v 9 ແລະມີຄຳປະກາດໄປທົ່ວຢູດາ ແລະເຢຣູຊາເລັມໃຫ້ເສຍສ່ວຍຕາມທີ່ໂມເຊຜູ້ຮັບໃຊ້ຂອງພຣະເຈົ້າກຳນົດແກ່ອິສຣາເອນໃນຖິ່ນແຫ້ງແລ້ງກັນດານ ເຂົ້າມາຖວາຍພຣະຜູ້ເປັນເຈົ້າ \v 10 ບັນດາເຈົ້ານາຍທັງຫມົດ ແລະປະຊາຊົນທັງປວງກໍປິຕິຍິນດີ ແລະນຳຄ່າເສຍສ່ວຍຂອງພວກເຂົາທັງຫລາຍມາປ່ອນລົງໃນຫີບຈົນຄົບ