lo_2ch_text_ulb_l3/33/01.txt

1 line
1.2 KiB
Plaintext

\c 33 \v 1 ເມື່ອມານາເຊເລີ່ມປົກຄອງ ພະອົງມີອາຍຸສິບສອງປີ ແລະຊົງປົກຄອງໃນເຢຣູຊາເລັມຫ້າສິບຫ້າປີ. \v 2 ພະອົງຊົງກະທຳສິ່ງທີ່ຊົ່ວຮ້າຍໃນສາຍພຣະເນດຂອງພຣະຢາເວ, ຕາມການເຮັດທີ່ຫນ້າກຽດຊັງແຫ່ງປະຊາຊາດ ຊຶ່ງພຣະຢາເວຊົງຂັບໄລ່ໄປເສຍຈາກປະຊາຊົນອິດສະຣາເອນ. \v 3 ເພາະພະອົງຊົງສ້າງສະຖານທີ່ສັກສິດ ຊຶ່ງເຮເຊກີຢາ ບິດາຂອງພະອົງໄດ້ຊົງທຳລາຍນັ້ນ. ແລະ ຊົງສ້າງແທ່ນບູຊາແກ່ພະບາອານ, ຊົງເຮັດບັນດາເສົາຮູບເຄົາລົບ, ແລະ ຊົງນະມັດສະການບໍລິວານທັງຫມົດຂອງຟ້າສະຫວັນ ແລະບົວລະບັດພະເຫລົ່ານັ້ນ.