lo_2ch_text_ulb_l3/02/01.txt

1 line
1.3 KiB
Plaintext

\c 2 \v 1 ບັດນີ້ຝ່າຍໂຊໂລໂມນຊົງຕັ້ງພະໄທທີ່ຈະສ້າງພຣະວິຫານເພື່ອພຣະນາມຂອງພຣະຢາເວ ແລະ ສ້າງຣາຊະວັງເພື່ອຣາຊະອານາຈັກຂອງພະອົງ. \v 2 ໂຊໂລໂມນຊົງກຳນົດໃຫ້ຜູ້ຊາຍເຈັດຫມື່ນຄົນເປັນຄົນຂົນເຄື່ອງ, ແລະ ໃຫ້ຜູ້ຊາຍແປດຫມື່ນຄົນສະກັດຫີນທີ່ເທິງພູເຂົາ, ແລະ ໃຫ້ຜູ້ຊາຍ 3.600 ຄົນເບິ່ງແຍງພວກເຂົາທັງຫລາຍ. \v 3 ໂຊໂລໂມນຊົງສົ່ງຣາຊະສານໄປຫາ ຮູຣາມ, ກະສັດເມືອງຕີເຣວ່າ, “ທ່ານໄດ້ເຮັດທຸຣະກິດກັບດາວິດພໍ່ຂອງຂ້າພະເຈົ້າຄື ໄດ້ສົ່ງໄມ້ສົນໃຫ້ພະອົງ ເພື່ອສ້າງວັງໃຫ້ພະອົງ, ທ່ານສັນຍາຢ່າງໃດ ຂໍທ່ານໄດ້ເຮັດແກ່ຂ້າພະເຈົ້າຢ່າງນັ້ນດ້ວຍ.