lo_2ch_text_ulb_l3/29/03.txt

1 line
1.1 KiB
Plaintext

\v 3 ໃນປີທຳອິດແຫ່ງລາຊະການຂອງພະອົງ, ໃນເດືອນທຳອິດ, ເຮຊາກີຢາຊົງເປີດປະຕູພຣະວິຫານຂອງພຣະຢາເວ ແລະ ໄດ້ຊົງສ້ອມແປງປະຕູນັ້ນ. \v 4 ພະອົງຊົງນຳປະໂລຫິດ ແລະ ຄົນເລວີເຂົ້າມາ, ແລະ ຊົງໃຫ້ພວກເຂົາຊຸມນຸມທີ່ຖະຫນົນທາງທິດຕາເວັນອອກ. \v 5 ໂດຍກ່າວກັບພວກເຂົາວ່າ, “ຄົນເລວີ ເອີຍ! ຂໍຟັງເຮົາ, ຈົ່ງຊຳລະຕົວໃຫ້ບໍລິສຸດ ແລະ ຊຳລະພຣະວິຫານຂອງພຣະຢາເວ, ພຣະເຈົ້າແຫ່ງບັນພະບູລຸດຂອງທ່ານໃຫ້ບໍລິສຸດ, ແລະ ຂົນສິ່ງເປື້ອນເປິອອກໄປຈາກສະຖານທີ່ບໍລິສຸດ.