lo_2ch_text_ulb_l3/01/14.txt

1 line
1.7 KiB
Plaintext

\v 14 ໂຊໂລໂມນຊົງສະສົມລົດຮົບ ແລະພົນທະຫານມ້າ ພະອົງຊົງມີລົດຮົບຫນຶ່ງພັນສີ່ຮ້ອຍຄັນ ແລະພົນທະຫານມ້າຫນຶ່ງຫມື່ນສອງພັນຄົນ ຊຶ່ງພະອົງຊົງໃຫ້ປະຈຳຢູ່ທີ່ຫົວເມືອງລົດຮົບ ແລະຢູ່ກັບກະສັດໃນເມືອງເຢຣູຊາເລັມ \v 15 ກະສັດຊົງເຮັດໃຫ້ເງິນ ແລະຄຳເປັນຂອງສາມັນໃນເມືອງເຢຣູຊາເລັມເໝືອນກ້ອນຫີນ ແລະຊົງເຮັດໃຫ້ມີໄມ້ສົນຫລວງຫລາຍເໝືອນໄມ້ໝາກເດື່ອຂອງຮ່ອມພູເຂົາ \v 16 ມ້າອັນເປັນສິນຄ້າຂາເຂົ້າຂອງໂຊໂລໂມນມາຈາກເອຢິບເປັນຝູງ ແລະບັນດາພໍ່ຄ້າຂອງກະສັດຮັບມາເປັນຝູງຕາມລາຄາ \v 17 ພວກເຂົາທັງຫລາຍນຳລົດຮົບເຂົ້າມາຈາກເອຢິບຄັນຫນຶ່ງເປັນເງິນຫົກຮ້ອຍເຊເຂເງິນ ແລະມ້າໂຕຫນຶ່ງຫນຶ່ງຮ້ອຍຫ້າສິບ ດັ່ງນັ້ນ ໂດຍທາງພວກພໍ່ຄ້າ ພວກເຂົາກໍສົ່ງອອກໄປໃຫ້ບັນດາກະສັດຂອງຄົນຮິດຕີ ແລະບັນດາກະສັດຂອງຄົນຊີເຣຍ