lo_2ch_text_ulb_l3/01/12.txt

1 line
881 B
Plaintext

\v 12 ເຮົາປະທານສະຕິປັນຍາ ແລະ ຄວາມຮູ້ໃຫ້ແກ່ເຈົ້າ. ເຮົາຈະໃຫ້ຊັບສົມບັດ ຄວາມຮັ່ງມີ ແລະ ກຽດແກ່ເຈົ້າ, ຢ່າງທີ່ບໍ່ມີກະສັດອົງໃດຜູ້ຢູ່ກ່ອນເຈົ້າໄດ້ມີ, ແລະ ບໍ່ມີຜູ້ໃດພາຍຫລັງເຈົ້າຈະມີຄືກັບເຈົ້າອີກ.” \v 13 ໂຊໂລໂມນຈຶ່ງສະເດັດຈາກບ່ອນນະມັດສະການທີ່ກິເບໂອນ, ຈາກຕໍ່ຫນ້າຫໍເຕັນແຫ່ງຊຸມນຸມໄປເມືອງເຢຣູຊາເລັມ; ພະອົງຊົງປົກຄອງຢູ່ເຫນືອອິສຣາເອນ.