lo_2ch_text_ulb_l3/10/16.txt

1 line
1.7 KiB
Plaintext

\v 16 ເມື່ອອິດສະຣາເອນທັງປວງເຫັນວ່າກະສັດບໍ່ໄດ້ຊົງຟັງພວກເຂົາ, ປະຊາຊົນກໍທູນຕອບກະສັດ ແລະ ກາ່ວວ່າ, “ຂ້າພະອົງທັງຫລາຍມີສ່ວນຫຍັງໃນດາວິດ? ຂ້າພະອົງທັງຫລາຍບໍ່ມີສ່ວນມໍລະດົກໃນລູກເຢຊີ! ໂອ ອິດສະຣາເອນເອີຍ ກັບໄປເຕັນຂອງຕົນແຕ່ລະຄົນສາ. ຂ້າແຕ່ດາວິດ ຈົ່ງເບິ່ງແຍງລາຊະວົງຂອງພະອົງເອງເຖີດ.” ອິດສະຣາເອນທັງປວງຈຶ່ງກັບໄປໃນເຕັນຂອງໃຜລາວ. \v 17 ແຕ່ເຣໂຮໂບອາມຊົງປົກຄອງເຫນືອປະຊາຊົນອິດສະຣາເອນຜູ້ອາໄສຢູ່ໃນຫົວເມືອງຢູດາ. \v 18 ແລ້ວກະສັດເຣໂຮໂບອາມຊົງໃຊ້ຮາໂດຣາມ, ຄົນຄຸມແຮງງານໄປເກນຄົນ ແລະ ປະຊາຊົນອິສຣາເອນກໍເອົາຫີນຄວ່າງເພິ່ນຈົນຕາຍ. ກະສັດເຣໂຮໂບອາມກໍຊົງຮີບຂຶ້ນລົດຮົບຂອງພະອົງ ຊົງໜີໄປເມືອງເຢຣູຊາເລັມ. \v 19 ດ່ັ່ງນັ້ນຄົນອິດສະຣາເອນຈຶ່ງກະບົດຕໍ່ລາຊະວົງຂອງດາວິດເຖິງທຸກມື້ນີ້.