\c 10 \v 1 ເຣໂຮໂບອາມໄດ້ໄປເມືອງເຊເຄັມ, ເພາະອິສຣາເອນທັງປວງໄດ້ມາເຊເຄັມ ເພື່ອຈະຕັ້ງພະອົງໃຫ້ເປັນກະສັດ. \v 2 ຢູ່ມາເມື່ອເຢໂຣໂບອາມລູກຊາຍເນບັດໄດ້ຍິນເລື່ອງນັ້ນ ເພາະເພິ່ນຍັງຢູ່ໃນເອຢິບ, ບ່ອນທີ່ເພິ່ນໜີຈາກພະພັກກະສັດໂຊໂລໂມນ,ແຕ່ເຢໂຣໂບອາມກໍກັບຈາກເອຢິບ.