lo_2ch_text_ulb_l3/15/14.txt

1 line
873 B
Plaintext

\v 14 ພວກເຂົາໄດ້ເຮັດຄຳສັນຍາສາບານຕໍ່ພຣະຢາເວດ້ວຍສຽງອັນດັງ, ກັບດ້ວຍສຽງໂຫ່ຮ້ອງ, ແລະ ດ້ວຍສຽງແກກແລະ ເຂົາສັດ. \v 15 ຄົນຢູດາທັງປວງກໍຊົມຊື່ນຍິນດີເພາະຄຳສາບານນັ້ນ, ເພາະພວກເຂົາໄດ້ປະຕິຍານດ້ວຍສຸດໃຈຂອງຕົນ, ແລະ ໄດ້ສະແຫວງຫາພຣະອົງດ້ວຍສຸດຄວາມປາດຖະຫນາຂອງຕົນ, ແລະ ພວກເຂົາກໍພົບພຣະອົງ. ພຣະຢາເວຊົງປະທານໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ.