lo_2ch_text_ulb_l3/15/08.txt

1 line
1.5 KiB
Plaintext

\v 8 ເມື່ອອາຊາຊົງຮັບຟັງຖ້ອຍຄຳເຫລົ່ານີ້ ຄືຄຳທຳນວາຍຂອງໂອເດັດຜູ້ທຳນວາຍ ພະອົງກໍຊົງມີພະໄທກ້າຂຶ້ນ ຊົງກຳຈັດສິ່ງທີ່ຫນ້າກຽດຊັງຈາກແຜ່ນດິນຢູດາແລະເບັນຢາມິນຈົນຫມົດ ແລະຈາກຫົວເມືອງຊຶ່ງພະອົງຍຶດມາໄດ້ຈາກພູເຂົາເອຟຣາຢິມ ແລະພະອົງຊົງສ້ອມແປງແທ່ນບູຊາຂອງພຣະຜູ້ເປັນເຈົ້າ ຊຶ່ງຢູ່ຕໍ່ຫນ້າລະບຽງພຣະວິຫານຂອງພຣະຜູ້ເປັນເຈົ້າ \v 9 ພະອົງຊົງຮວບຮວມຢູດາ ແລະເບັນຢາມິນທັງປວງ ແລະຄົນເຫລົ່ານັ້ນຈາກເອຟຣາຢິມ ມານາເຊ ແລະຈາກຊິເມໂອນ ຜູ້ອາໄສຢູ່ກັບພວກເຂົາທັງຫລາຍ ເພາະຄົນເປັນຈຳນວນຫລາຍໄດ້ຫລົບໜີມາຫາພະອົງຈາກອິສຣາເອນ ເມື່ອພວກເຂົາເຫັນວ່າພຣະຜູ້ເປັນເຈົ້າພຣະເຈົ້າຂອງພະອົງສະຖິດຢູ່ກັບພະອົງ