lo_2ch_text_ulb_l3/02/11.txt

1 line
1.3 KiB
Plaintext

\v 11 ແລ້ວຮູຣາມກະສັດແຫ່ງເມືອງຕີເຣຊົງຕອບເປັນລາຍພະຫັດ ຊຶ່ງພະອົງຊົງມີໄປເຖິງໂຊໂລໂມນວ່າ, “ເພາະວ່າພຣະຜູ້ເປັນເຈົ້າຊົງຮັກປະຊາຊົນຂອງພຣະ-ອົງ ພຣະອົງຈຶ່ງຊົງເຮັດໃຫ້ທ່ານເປັນກະສັດເຫນືອພວກເຂົາທັງຫລາຍ” \v 12 ຮູຣາມກ່າວອີກວ່າ “ສາທຸການແດ່ພຣະຜູ້ເປັນເຈົ້າ ພຣະເຈົ້າແຫ່ງອິສຣາເອນ ຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ຜູ້ໄດ້ປະທານລູກຊາຍທີ່ສະຫລາດຄົນຫນຶ່ງແກ່ດາວິດ ປະກອບດ້ວຍຄວາມສະຫລຽວສະຫລາດ ແລະມີຄວາມເຂົ້າໃຈ ຜູ້ຊຶ່ງຈະສ້າງພຣະວິຫານຖວາຍພຣະຜູ້ເປັນເຈົ້າ ແລະສ້າງພະລາຊະວັງເພື່ອລາຊະອານາຈັກຂອງພະອົງ