lo_2ch_text_ulb_l3/30/13.txt

1 line
1.3 KiB
Plaintext

\v 13 ປະຊາຊົນເປັນຈຳນວນຫລາຍມາປະຊຸມກັນໃນເຢຣູຊາເລັມເພື່ອຖືເທສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນເດືອນທີສອງ ເປັນການຊຸມນຸມທີ່ໃຫຍ່ຫລາຍ. \v 14 ພວກເຂົາລຸກຂຶ້ນ ແລະ ໄດ້ກຳຈັດແທ່ນບູຊາທີ່ຢູ່ໃນເຢຣູຊາເລັມ, ແລະ ແທ່ນສຳລັບເຜົາເຄື່ອງຫອມທັງປວງນັ້ນ, ພວກເຂົາຂົນໄປຖິ້ມເສຍໃນຫ້ວຍນ້ຳກິດໂຣນ. \v 15 ພວກເຂົາທັງຫລາຍໄດ້ຂ້າແກະປັດສະຄາໃນວັນທີສິບສີ່ຂອງເດືອນທີສອງ. ປະໂລຫິດ ແລະ ຄົນເລວີກໍຮູ້ສຶກລະອາຍທີ່ຍັງບໍ່ໄດ້ຊຳຣະຕົນຈາກມົນທິນ, ພວກເຂົາຈຶ່ງຊຳຣະຕົວໃຫ້ບໍຣິສຸດ ແລະ ນຳເຄື່ອງເຜົາບູຊາໃນພຣະວິຫານຂອງພຣະຢາເວ.